Videos Related to Legal Aid

ກຸ່ມຄົນທີ່ຈະໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ

ຜູ້ທຸກຍາກ

ຜູ້ດ້ອຍໂອກາດ

ຄົນພິການ

ເດັກທີ່ຕ້ອງການການປົກປ້ອງພິເສດ

ແມ່ຍິງ ແລະ ເດັກນ້ອຍ ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ

ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

ຜູ້ກະທຳຜິດທີ່ກົດໝາຍກຳນົດໃຫ້ມີທະນາຍຄວາມເຂົ້າໄປຊ່ວຍເຫຼືອ

ປະເພດຂອງການຊ່ວຍເຫຼືອທາງດ້ານກົດໝາຍ

04

ການສະໜອງຂໍ້ມູນຂ່າວສານທາງດ້ານການກົດໝາຍ

ການໃຫ້ຂໍ້ມູນຂ່າວສານທາງດ້ານກົດໝາຍ ດ້ວຍການໃຫ້ອ່ານ, ຈົດບັນທຶກເອົາ ຫຼື ສໍາເນົາເນື້ອໃນກົດໝາຍ, ນິຕິກໍາທີ່ກ່ຽວຂ້ອງກັບການຮ້ອງຂໍ.

ການໃຫ້ຄໍາປຶກສາທາງດ້ານກົດໝາຍ

ການແນະນໍາ, ອະທິບາຍທາງປາກເປົ່າ ຫຼື ເປັນລາຍລັກອັກສອນກ່ຽວກັບກົດໝາຍ ທີ່ກ່ຽວຂ້ອງກັບການຮ້ອງຂໍ.

04

ການຊ່ວຍເຫຼືອໃນການຮ່າງເອກະສານ

ການຊ່ວຍຜູ້ຮ້ອງຂໍໃນການແຕ່ງ ແລະ ການປະກອບເອກະສານຕ່າງໆ ເຊັ່ນ ຄໍາຮ້ອງຟ້ອງ, ຄໍາແກ້ຟ້ອງ, ສັນຍາ, ພິໄນກໍາ ແລະ ເອກະສານອື່ນ ທີ່ກ່ຽວຂ້ອງກັບການຮ້ອງຂໍ.

04

ການເປັນຜູ້ຕ່າງໜ້າໃນການດໍາເນີນຄະດີ

ການເຂົ້າຮ່ວມໃນການດໍາເນີນຄະດີ ຕາມຂະບວນການຍຸຕິທໍາໃນນາມຜູ້ທີ່ໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ ໂດຍທະນາຍຄວາມທີ່ໄດ້ຮັບການແຕ່ງຕັ້ງຈາກສະພາທະນາຍຄວາມເຊັ່ນ ການເຂົ້າຮ່ວມໃນຂັ້ນຕອນການສືບສວນ-ສອບສວນ, ການວ່າຄວາມໃນທີ່ປະຊຸມສານ, ການຕິດຕາມການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ.

Legal Aid Offices

No office available.

Related Documents

No document available.

PR Media

No media available.

Site Updates

  • No recent updates.